Sample Widget

Showing posts with label Luangprabang. Show all posts
Showing posts with label Luangprabang. Show all posts

Friday, August 10, 2007

ສາມສາວງາມ ຕົວແທນຈາກຫລວງພະບາງ ກຽມເຂົ້າຊິງມຸງກຸດ ນາງສາວອາພອນລາວປີ2007.




ສາມສາວງາມຕົວແທນສາວຫລວງພະບາງ, ເຊິ່ງຈະໄດ້ເຂົ້າຮ່ວມການປະກວດນາງສາວອາພອນລາວ
ປະຈໍາປີ 2007ຮອບຕັດສິນຈະຈັດຂຶ້ນໃນເດືອນກັນຍາທີ່ຈະມາເຖິງນີ້, ໂດຍທາງກອງປະກວດຈະເລີ້ມ
ຈັດກິດຈະກຳໃຫ້ແກ່ຜູ້ເຂົ້າປະກວດທັງ18ນາງສາວໃນຕົ້ນເດືອນກັນຍາ, ແລະຮອບຕັດສິນຈະມີຂຶ້ນໃນ
ວັນທີ່ 22 ເດືອນກັນຍານີ້ທີ່ໂຮງແຮມດອນຈັນພາເລດ.
ການປະກວດນາງສາວອາພອນລາວແມ່ນສູນກາງສະຫະພັນແມ່ຍິງລາວຮ່ວມກັບບໍລິສັດຕ່າງໆເປັນຜູ້
ຈັດຂຶ້ນໂດຍມີຈຸດປະສົງຄົ້ນຫາຕົວແທນສາວລາວນໍາເອົາວັດທະນະອັນດີງາມຂອງຊາດອອກສູ່ສາກົນ, ພ້ອມທັງເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມເຊິ່ງຜູ້ທີ່ໄດ້ຕຳແຫນ່ງນາງສາວອາພອນລາວໃນປີນີ້, ຈະໄດ້ຮັບ
ມຸງກຸດເພັດ ມູນຄ່າ 10 ລ້ານກີບ, ເງິນສົດ 30 ລ້ານກີບຜ້າບ່ຽງກຽດຕິຍົດ ພ້ອມດ້ວຍຂອງຂັວນອື່ນໆ, ເຊິ່ງໃນປີທີ່ແລ້ວນັ້ນສາວງາມຈາກຈຳປາສັກໄດ້ຄອງຕໍາແຫນ່ງນີ້ແລະເປັນນາງສາວອາພອນລາວຄົນທຳ
ອິດ.

Welcome to Luangprabang2day !



ຂໍຕ້ອນຮັບທ່ານສູ່ http://www.luangprabang2day.blogspot.com/ ເຊິ່ງເປັນເວບບ໋ອກທີ່ຈະນຳສະເຫນີຂ່າວຄາວແລະພາບພົດອັນດີງາມຂອງຫລວງພະບາງ ອອກສູ່
ສາຍຕາຊາວລາວແລະຕ່າງປະເທດ, ເພື່ອເປັນການ ເຜີຍແພ່ມູນເຊື້ອວັດທະນະທຳອັນດີງາມ, ໃຫ້
ຢືນຍົງຄົງຕົວແລະໄດ້ຮັບການເສີມຂະຫຍາຍຕໍ່ໄປ.

 
Free Host | lasik surgery new york