Sample Widget

Showing posts with label Wat sane. Show all posts
Showing posts with label Wat sane. Show all posts

Friday, August 10, 2007

ສາທຸໃຫຍ່ຄຳຈັນ ວິຣະຈິຕຕະມະຫາເຖຣະ ໄດ້ນິພານແລ້ວ.


ພິທີຊາປະນະກິດສົບໄດ້ຈັດຂຶ້ນຢູ່ທີ່ເດີ່ນທາດຫລວງ, ເມືອງຫລວງພະບາງ. ໂດຍມີປະຊາຊົນລາວເຂົ້າຮ່ວມຢ່າງຄັບຄາຫນາແຫ້ນ.

ໂກດຂອງເພິ່ນຕັ້ງຢູ່ເທິງຫລັງນົກສັກກະລິນກຳລັງເຄື່ອນມາເຖິງເດີ່ນທາດ.

ສາທຸໃຫຍ່ ຄຳຈັນ ວິຣະຈິຕຕະມະຫາເຖຣະ ເຊິ່ງຊາວຫລວງພະບາງຮູ້ຈັກກັນດີໃນນາມສາທຸໃຫຍ່ວັດ
ແສນ, ເຊິ່ງເພິ່ນເປັນເສົາຫລັກອັນສຳຄັນຂອງພຸດທະສາດສະຫນາຂອງຫລວງພຣະບາງກໍ່ຄືຊາວລາວ
ທັງປະເທດ, ໄດ້ນິພານແລ້ວ ໃນວັນທີ 9 ເວລາ 14 ໂມງ ຂອງເດືອນກໍລະກົດ ພ.ສ 2550 ແລະພິ
ທີຊາປະນະກິດສົບຂອງເພິ່ນໄດ້ຈັດຂຶ້ນໃນວັນເສົາທີ່ 21 ຜ່ານມານີ້, ຂໍໄຫວ້ອາລັຍເຖິງດວງຍິນຍານຂອງ
ສາທຸໃຫຍ່, ຂໍໃຫ້ນົກສັກກະລິນຈົ່ງນຳພາດວງວິນຍານຂອງສາທຸໃຫຍ່ບິນໄປສູ່ສວງສະຫວັນແຫ່ງແດນນິ
ພານອັນເປັນແດນແຫ່ງສຸຄະຕິແລະອັມມະຕະສຸກນັ້ນຜູ້ຂ້າທ້ອນ.

 
Free Host | lasik surgery new york