


ສາມສາວງາມຕົວແທນສາວຫລວງພະບາງ, ເຊິ່ງຈະໄດ້ເຂົ້າຮ່ວມການປະກວດນາງສາວອາພອນລາວ
Friday, August 10, 2007
ສາມສາວງາມ ຕົວແທນຈາກຫລວງພະບາງ ກຽມເຂົ້າຊິງມຸງກຸດ ນາງສາວອາພອນລາວປີ2007.
Posted by Luangprabang2day on 8:32 PM
ປະຈໍາປີ 2007ຮອບຕັດສິນຈະຈັດຂຶ້ນໃນເດືອນກັນຍາທີ່ຈະມາເຖິງນີ້, ໂດຍທາງກອງປະກວດຈະເລີ້ມ
ຈັດກິດຈະກຳໃຫ້ແກ່ຜູ້ເຂົ້າປະກວດທັງ18ນາງສາວໃນຕົ້ນເດືອນກັນຍາ, ແລະຮອບຕັດສິນຈະມີຂຶ້ນໃນ
ວັນທີ່ 22 ເດືອນກັນຍານີ້ທີ່ໂຮງແຮມດອນຈັນພາເລດ.
ການປະກວດນາງສາວອາພອນລາວແມ່ນສູນກາງສະຫະພັນແມ່ຍິງລາວຮ່ວມກັບບໍລິສັດຕ່າງໆເປັນຜູ້
ຈັດຂຶ້ນໂດຍມີຈຸດປະສົງຄົ້ນຫາຕົວແທນສາວລາວນໍາເອົາວັດທະນະອັນດີງາມຂອງຊາດອອກສູ່ສາກົນ, ພ້ອມທັງເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມເຊິ່ງຜູ້ທີ່ໄດ້ຕຳແຫນ່ງນາງສາວອາພອນລາວໃນປີນີ້, ຈະໄດ້ຮັບ
ມຸງກຸດເພັດ ມູນຄ່າ 10 ລ້ານກີບ, ເງິນສົດ 30 ລ້ານກີບຜ້າບ່ຽງກຽດຕິຍົດ ພ້ອມດ້ວຍຂອງຂັວນອື່ນໆ, ເຊິ່ງໃນປີທີ່ແລ້ວນັ້ນສາວງາມຈາກຈຳປາສັກໄດ້ຄອງຕໍາແຫນ່ງນີ້ແລະເປັນນາງສາວອາພອນລາວຄົນທຳ
ອິດ.
RSS Feed
Twitter
0 comments:
Post a Comment