Sample Widget

Friday, August 10, 2007

ບັນຍາກາດບຸນເຂົ້າພັນສາປີນີ້.




ກໍ່ເຊັ່ນດຽວກັບທຸກປີຊາວຫລວງພະບາງກໍ່ຍັງຄົງພາກັນອອຫໄປໃສ່ບາດ,ຢາດນໍ້າຢ່າງຄັບຄາຫນາແຫນ້ນ
ເຊັ່ນເຄີຍເມື່ອມື້ຂຶ້ນ 15 ຄໍ່າເດືອນແປດລາວຫມູນວຽນມາເຖິງຈະເປັນວັນບຸນສໍາຄັນອີກມື້ຫນຶ່ງຄືບຸນເຂົ້າ
ພັນສານັ້ນເອງໃນຕອນເຊົ້າກໍ່ຈະມີການຕັກບາດຢາດນໍ້າ,ທຸກໆວັດໃນຕົວເມືອງຫລວງພະບາງຈະຄັບຄາ
ຫນາແຫນ້ນໄປດ້ວຍແຣງສັດທາຂອງຜູ້ຄົນທີ່ມາລໍຖ້າຖວາຍຂອງທານຕ່າງໆແລະໃນຕອນຄໍ່າກໍ່ຈະມີການ
ວຽນທຽນ.
ຕໍ່ຈາກນີ້ໄປພະສົງສໍາມະເນນທັງຫລາຍຈະຕ້ອງໄດ້ປະຕິບັດຕົນໃຫ້ເຄັ່ງຄັດຢູ່ໃນຫລັກຄໍາສອນຂອງພຸດທະ
ເຈົ້າເປັນເວລາສາມເດືອນ, ລວມເຖິງພຸດທະສານິກະຊົນທັງຫລາຍກໍ່ຕ້ອງໄດ້ຫລີກເວັ້ນອະບາຍຍະມຸກ
ຕ່າງໆເພື່ອເປັນສິລິມຸງຄຸນແກ່ຕົນເອງ.

0 comments:

 
Free Host | lasik surgery new york