Sample Widget

Friday, August 10, 2007

L-Zone ກຸ່ມສິນລະປິນທີ່ກໍາລັງໄດ້ຮັບຄວາມນິຍົມໃນຂະນະນີ້!


ຖືວ່າປະສົບຜົນສໍາເລັດເປັນຢ່າງດີກັບຜົນງານຊຸດທຳອິດຂອງຄ້າຍເພງນ້ອງໃຫມ່ C Satar,ເຊິ່ງໄດ້ປັ້ນ
ດາວຊຸດທໍາອິດຄືວົງ L-Zone,ປະກອບມີນັກຮ້ອງສາມຄົນດ້ວຍກັນແລະມີນັກຮ້ອງຍິງຫນຶ່ງຄົນເຊິ່ງເປັນ
ອະດີດຮອງນາງສັງຂານໃນປີ 2006,ແນວເພງຈະອອກໄປແນວ Hiphop, Rap ເຊິ່ງເຮັບຈະ
ເປັນໄປຕາມສໍານຽງຫລວງພະບາງປະກອບກັບສຽງຫວານໆຂອງອະດີດຮອງນາງສັງຂານຈຶ່ງເຮັດໃຫ້ກຸ່ມສິນ
ລະປິນດັ່ງກ່າວມີເອກະລັກເປັນຂອງຕົນເອງ,ມາເຖິງປັດຈຸບັນຜົນງານຂອງພວກເຂົາຖືວ່າໄດ້ຮັບຄວາມນິຍົມ
ເປັນຢ່າງສູງເຊິ່ງຈະເຫັນໄດ້ຈາກການຕິດອັນດັບຕົ້ນໆໃນການຈັດອັນດັບເພງຍອດຮິດໃນລາຍການເພງຢູ່
ນະຄອນຫລວງວຽງຈັນ,ຍ້ອນໄດ້ຮັບຄວາມນິຍົມຈາກກຸ່ມໄວລຸ້ນລາວພວກເຂົາຈຶ່ງໄດ້ຖືກເລືອກເປັນພີເຊັນເຕີ
ໃຫ້ກັບ We fly ເຊິ່ງເປັນເຄືອຄ່າຍໂທລະສັບມືຖືຍັກໃຫຍ່ຂອງລາວນໍາອີກ


ນັບແຕ່ວິນາທີທີ່ລາວໄດ້ອູ້ມຫົວທ້າວກະບິນລະພົມ, ໃນຖານະຮອງນາງສັງຂານໃນປີ 2006 ອາດເວົ້າ
ໄດ້ວ່າເປັນວິນາທີທີ່ນໍາພາລາວມາສູ່ເສັ້ນທາງການເປັນນັກຮ້ອງກໍ່ເປັນໄດ້.


ຮອງນາງສັງຂານ ພອນສະຫວັນ ມາວິຈິດ ແລະ ສັກກູນາ ອິນທະວົງ ນາງສັງຂານ 2006.

ເຊິ່ງເພງຂອງພວກເຂົາທີ່ໄດ້ຮັບຄວາມນິຍົມກໍ່ມີເພງ ກິກນ້ອຍໃຈ, ຖ່ານດຳ, ເຊັກຊີຂາລາຍ, ຄອຍ
ທ່ານສາມາດຟັງໄດ້ທີ່:
ຟັງເພງຄິກທີ່ນີ້

1 comments:

Luangprabang2day said...

ສະບາຍດີ

 
Free Host | lasik surgery new york